ຄູ່ມືການໃຊ້ງານເວັບໄຊ
ຄູ່ມືການໃຊ້ງານເວັບໄຊ
1. ຂໍ້ຄວນລະວັງໃນການໃຊ້ງານເວັບໄຊ
ເມື່ອໃຊ້ງານເວັບໄຊ ໃຫ້ປະຕິບັດ 4 ຂໍ້ພື້ນຖານລຸ່ມນີ້
- ຫ້າມສະແດງຄວາມຄິດເຫັນທີ່ເປັນຄຳໝີ່ນປະໝາດ ຫຼື ໃສ່ຮ້າຍປ້າຍສີ.
- ຫ້າມໂຄສະນາຕາມອໍາເພືອໃຈ ແລະ ໂພສສິ່ງທີ່ກ່ຽວຂ້ອງກັບເນື້ອຫາທີ່ຜິດກົດໝາຍ.
- ຫ້າມໂພສເພື່ອຈຸດປະສົງສ່ວນຕົວ ຫຼື ເຮັດທຸລະກໍາທາງດ້ານການເງີນ.
- ໃບອະນຸຍາດ ຫຼື ຮູບພາບ ຕ້ອງມີແຫຼ່ງທີ່ມາ (ບັນຫາລິຄະສິດ)
ຖ້າຫາກມີການໂພສ ຫລື ໂຄສະນາເນື້ອຫາບາງສິ່ງທີ່ມີລັກສະນະຫຍາບຄາຍ ໂພສດັ່ງກ່າວຈະຖືດບັອກທັນທີທີ່ພົບເຫັນ, ພ້ອມດຽວກັນນັ້ນ ສະມາຊິກຜູ້ທີ່ຂຽນໂພສດັ່ງກ່າວກໍ່ຈະຖືກບລັອກການເຂົ້າເຖິງໂພສນັ້ນໃນໄລຍະໜຶ່ງ ເນື່ອງຈາກຂາດຄຸນສົມບັດ(ສະມາຊິກທີ່ບໍ່ດີ) ແລະ ສະມາຊິກທີ່ບໍ່ດີຈະບໍ່ສາມາດຖອນໂຕອອກໄດ້ໂດຍກົງ
2. ນະໂຍບາຍຄຸ້ມຄອງການໂພສ
ນະໂຍບາຍຄຸ້ມຄອງການໂພສເທິງເວັບໄຊດ໌ນີ້ ແມ່ນໃຊ້ໄດ້ກັບທຸກເພດ ທີ່ມີອາຍຸຕັ້ງແຕ່ 12 ປີຂື້ນໄປ.
ຖ້າໂພສທີ່ຖືກໂພສໂດຍຜູ້ເຜີຍແພ່ເທິງເວັບໄຊດ໌ຕ່າງໆຂອງເວັບໄຊດ໌ທີ່ຢູ່ພາຍໃຕ້ກົດຕໍ່ໄປນີ້ ຜູ້ຮັກສາລະບົບຈະລົບໂພສ ໂດຍບໍ່ແຈ້ງໃຫ້ຮູ້ລ່ວງໜ້າ ແລະ ຜູ້ທີ່ໂພສຂໍ້ຄວາມ ຈະຖືກບຼ໊ອກບໍ່ໃຫ້ໃຊ້ງານເວັບໄຊດ໌ນີ້. ນອກຈາກນີ້ ຖ້າໂພສທີ່ມີເນື້ອຫາເຂົ້າຂ່າຍໝີ່ນປະໝາດ ຫຼື ລະເມີດສິດທິ ແມ່ນຈະຖືກລາຍງານໃຫ້ກັບເຈົ້າໜ້າທີຕໍາຫຼວດ.
- ການໂພສທີ່ມີເນື້ອຫາກ່ຽວຂ້ອງກັບການອະຄະຕິທາງສັງຄົມ ແລະ ວັດທະນາທໍາເຊັ່ນ: ເຊື້ອຊາດ, ເພດ, ສັນຊາດ, ສາສະໜາ ແລະ ຂໍ້ຂັດແຍ້ງທາງດ້ານການເມືອງ.
- ການໂພສທີ່ມີຂໍ້ມູນສ່ວນຕົວເຊັ່ນ: ເບີໂທລະສັບ, ເລກທີ່ເຮືອນ, ຊື່ແທ້ຂອງຕົນເອງ ຫຼື ບຸກຄົນອື່ນ.
- ການໂພສທີ່ສົ່ງເສີມການເຜີຍແພ່, ການໃຊ້ໂປຣແກຼມ ຫຼື ໄຟລ໌ ທີ່ບໍ່ເໝາະສົມ ໂດຍບໍ່ໄດ້ຮັບອະນຸຍາດຈາກບໍລິສັດ.
- ການໂພສທີ່ຝ່າຟືນກົດທີ່ບໍລິສັດກໍານົດ ຫຼື ບໍ່ສອດຄ້ອງກັບລັກສະນະຂອງກະດານຂ່າວ.
- ການໂພສທີ່ແນະນໍາກ່ຽວກັບເວັບໄຊດ໌ Warez,Torrent ຫຼື ເວັບໄຊດ໌ທີ່ມີລັກສະນະຄ້າຍຄືກັນ.
- ການໂພສທີ່ແອບອ້າງເປັນບໍລິສັດ, ຜູ້ບໍລິຫານ ຫຼື ພະນັກງານຂອງບໍລິສັດ ທີ່ເຮັດໃຫ້ບໍລິສັດ, ຜູ້ບໍລິຫານ ຫຼື ພະນັກງານຂອງບໍລິສັດນັ້ນເສື່ອມເສີຍຊື່ສຽງ.
- ການໂພສຂາຍຕໍ່ສິນຄ້າຂອງບໍລິສັດຂາຍ ຫຼື ຂາຍ ໂດຍບໍ່ໄດ້ຮັບອະນຸຍາດ.
- ການໂພສທີ່ຈົ່ງໃຈໂພສເນື້ອຫາດຽວກັນຊໍ້າໆເປັນຫຼາຍຄັ້ງ.
- ການໂພສທີ່ມີການໃຊ້ຄໍາດ່າ, ຄໍາຫຍາບ ຫຼື ຄໍາທີ່ສະແດງຄວາມບໍ່ສຸພາບປະກອບຢູ່ນໍາ.
- ການໂພສທີ່ມີເນື້ອຫາລະເມີດຂໍ້ກໍານົດການໃຊ້ງານ ແລະ ກົດໝາຍທີ່ກ່ຽວຂ້ອງ.
- ການໂພສທີ່ໃຊ້ເປັນເຫດໃນການລົງໂທດຕາມກົດໝາຍປັດຈຸບັນ.
- ການໂພສທີ່ຖືກເບີ່ງວ່າເປັນການລະເມີດທາງກົດໝາຍ ແລະ ຂໍ້ບັງຄັບທີ່ກ່ຽວຂ້ອງ.
- ການໂພສທີ່ມີສົ່ງເສີມການລະເມີດສິດທິ ຫຼື ການເຂົ້າເຖິງຂໍ້ມູນໂດຍບໍ່ໄດ້ຮັບອະນຸຍາດ.
- ການໂພສທີ່ມີການລະເມີດສິດທິ ແລະ ເນື້ອຫາທີ່ມີຄວາມຄ້າຍຄືກັນ.
- ການໂພດທີ່ເຮັດໃຫ້ເກີດຄວາມຮູ້ສຶກບໍ່ດີ ຫຼື ຄວາມກຽດຊັງໃຫ້ແກ່ຜູ້ອື່ນ.
- ການໂພສສິ່ງຕ່າງໆທີ່ເບີ່ງເປັນການບໍ່ເໝາະສົມກັບລັກສະນະຂອງກະດານຂ່າວ.
- ເນື້ອໃນທີ່ລະເມີດສິດທິຂອງຜູ້ອື່ນ ໂດຍບໍ່ໄດ້ຮັບອະນຸຍາດຕາມກົດໝາຍ.
- ການໂພສ ຫຼື ລີ້ງ ທີ່ມີເນື້ອຫາລະເມີດຄວາມເປັນລະບຽບວິໄນ ແລະ ປະເພນີອັນດີງາມຂອງປະຊາຊົນ.
- ການໂພສທີ່ມີເນື້ອຫາພະຍາຍາມຫຼຸດມູນຄ່າຊັບສິນຂອງບໍລິສັດ ໂດຍເຈດຕະນາທີ່ບໍ່ດີ.
- ການໂພສສິ່ງທີ່ມີຄວາມພະຍາຍາມໃດໆກໍ່ຕາມທີ່ຜິດຕໍ່ລະບຽບກົດໝາຍເຊັ່ນວ່າ: ການເຮັດທຸລະກໍາບັນຊີ, ທຸລະກໍາເງິນສົດ ແລະ ອື່ນໆ ຫຼື ການສະແດງກະທໍາທີ່ມີລັກສະນະປຸກປັ່ນລູກຄ້າຄົນອື່ນໆ
- ການໂພສທີ່ເຜີຍແຜ່ຂໍ້ມູນທີ່ບໍ່ແມ່ນຄວາມຈິງ ຫຼື ເຮັດໃຫ້ລູກຄ້າເຂົ້າໃຈຜິດເປັນຈໍານວນຫຼາຍ.
- ການໂພສທີ່ສ້າງຄວາມເສີຍຫາຍຕໍ່ຊື່ສຽງຂອງສະມາຊິກຄົນອື່ນ ຫຼື ບຸກຄົນທີ່ສາມ ໂດຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ດີ ຫຼື ການໃສ່ຮ້າຍປ້າຍສີ.
- ການໂພສຄໍາທີ່ໝີ່ນປະໝາດ ຫຼື ດູໝີ່ນບໍລິສັດ ແລະ ບຸກຄົນອື່ນ ໂດຍການໃສ່ຮ້າຍປ້າຍສີ.
- ການໂພສຍືນຍັນທີ່ມີຈຸດປະສົງການໂຄສະນາ, ການປ່າວປະກາດ ຫຼື ເນື້ອຫາທີ່ຄ້າຍຄືກັນ ໂດຍກໍ່ໃຫ້ເກີດຜົນປະໂຫຍດ ທີ່ທາງບໍລິສັດບໍ່ໄດ້ຮັບຮູ້ນໍາ.